ຄຳ·Entry
ກ້ອງ
noun໑
໓
ກະປຸກນ້ອຍໆ ເຮັດດ້ວຍດິນເຜົາສຳລັບໃສ່ເຫຼົ້າລ້ຽງຜີ ຫຼື ໃຊ້ຮຽນມົນ, ຮຽນຕຳລາຢາ ຄູບອກໃຫ້ຕັ້ງຄາຍວ່າ ຕ້ອງຈັດເຄື່ອງບູຊາຄູ ມີທຽນຂັນ 5 ຂັນ 8 ເຫຼົ້າກ້ອງ ໄຂ່ໜ່ວຍ. ເອີ້ນ ເຫຼົ້າກ້ອງ.
໔
ເຂົ້າທີ່ຕຳແລ້ວຍັງບໍ່ທັນໄດ້ຊ້ອມມີກາກປົນຢູ່ຫຼາຍ ເອີ້ນ ເຂົ້າກ້ອງ.
໕
ເຄື່ອງສ່ອງຊະນິດໜຶ່ງເປັນຄູ່ກົມໆ ມີແກ້ວ ຢູ່ໃນ ບິດຊູດເຂົ້າຊູດອອກຕາມຈັງຫວະ ເພື່ອເບິ່ງໃກ້ເບິ່ງໄກ ເອີ້ນ ກ້ອງສ່ອງ. (ສ່ອງກ້ອງ).
໖
ປອກຄໍາສຳລັບໃສ່ແຂນ ເອີ້ນ ກ້ອງແຂນ, ສຳລັບໃສ່ຂາ ເອີ້ນ ກ້ອງຂາ.
໗
ດັງສະເທືອນໄປໄກ ເອີ້ນ ດັງກ້ອງ.
ຄຳພ້ອງ · Synonymsclick any word to explore it
Spotted something else?Full correction form →