⌘ K
ຄຳ·Entry

ກ້ວຍ

noun
ຕົ້ນໄມ້ກິນໝາກ ລຳຕົ້ນເປັນກາບຊ້ອນກັນ, ໃບໃຫຍ່ທໍ່ແປ້ນກີ່. ມີດອກ ເອີ້ນ ຫົວປີ, ມີໝາກເປັນຫວີຊ້ອນໆກັນ ເອີ້ນ: ເຄືອໝາກກ້ວຍ. ກ້ວຍມີຫຼາຍແນວ ຄື: ກ້ວຍໄຂ່ ນ. ກ້ວຍໜ່ວຍນ້ອຍ, ສຸກແລ້ວສີເຫຼືອງ. ກ້ວຍເຂົາແພະ,ກ້ວຍຄັ່ງ: ສຸກແລ້ວເປືອກສີແດງຊໍ້າ ກ້ວຍປ່າ ນ. ກ້ວຍທີ່ເກີດຢູ່ປ່າ - ປີກ້ວຍປ່າກິນໄດ້ໝາກກ້ວຍປ່າມີແກ່ນຫຼາຍກິນບໍ່ແຊບ. ກ້ວຍທະນີອອງ/ກ້ວຍນໍ້າ: ໜ່ວຍກົມ ສຸກແລ້ວເປືຶອກເປັນສີມຸມ. ກ້ວຍທະນີ ນ. ກ້ວຍທະນີມີແກ່ນຫຼາຍ ເວລາສຸກບໍ່ຫວານຫຼາຍ ໃຊ້ຕຳສົ້ມກິນດີ, ມີສອງແນວ ຄື: ກ້ວຍທະນີຝ້າຍ ໜ່ວຍສີຂາວ, ກ້ວຍທະນີຫີນ ໜ່ວຍສີຂຽວ ມີແກ່ນໃນຫຼາຍກວ່າ. ກ້ວຍທະນີໃນ: ກ້ວຍແນວໜຶ່ງ ມີໃນຫຼາຍ. ກ້ວຍທະນີອອງ ນ. ກ້ວຍນໍ້າວ້າ ໜ່ວຍກົມ ລົດຫວານກິນດີ. ກ້ວຍມືນາງ ນ. ກ້ວຍພັນໜຶ່ງ ມີໜ່ວຍນ້ອຍ ຄ້າຍຄືີ ນິ້ວມື ເອີ້ນ: ກ້ວຍມືນາງ. ກ້ວຍໝູສີ ນ. ກ້ວຍຕົ້ນເຕັ້ຍ ໜ່ວຍກົມຍາວ ລົດຫວານຫອມ. ກ້ວຍອີ່ມຸມ: ໜ່ວຍມຸກ ສຸກແລ້ວເປັນສີມຸມ ກ້ວຍນ້ອຍ ນ. ຊື່ຕົ້ນດອກໄມ້ພັນໜຶ່ງ ເປັນພຸ່ມຄ້າຍດອກພຸດ ດອກມີກິ່ນຫອມເຢັນ ຫອມໃນເວ ລາກາງຄືນ ເອີ້ນ: ຕົ້ນດອກກ້ວຍນ້ອຍ ຕົ້ນພຸດທະລັກ ກໍວ່າ. ກ້ວຍຝ້າຍ, ກ້ວຍມຸກ: ນ. ໜ່ວຍປຸ້ມ. ກ້ວຍຮ້ອຍຫວີ ນ. ກ້ວຍແນວໜຶ່ງຕົ້ນສູງໃຫຍ່ ມີເຄືອໝາກຍາວ ເປັນຫວີຫຼາຍ ໝາກດົກ ແຕ່ໜ່ວຍນ້ອຍກວ່າກ້ວຍອື່ນໆ. ກ້ວຍຊັນ: ນ. ໜ່ວຍລີບ ແລະນ້ອຍ. ກ້ວຍກ້ານບຸ່ນ: ນ. ກ້ວຍໜ່ວຍນ້ອຍ, ສຸກແລ້ວສີເຫຼືອງ. ກ້ວຍຍວນ: ນ. ກ້ວຍໜ່ວຍໃຫຍ່ ເປັນລ່ຽມ ສີໝົ່ນ, ມີໃນໃຫຍ, ມີນວນໜ້ອຍ. ສຸກແລ້ວລົດບໍ່ຫວານ ໃຊ້ເຮັດຕຳສົ້ມກິນດີ. ກ້ວຍຕີນເຕົ່າ ນ. ກ້ວຍໜ່ວຍນ້ອຍ ແລະ ສັ້ນ ມີລັກສະນະເໝືອນຕີນເຕົ່າ ລົດຫວານ ເອີ້ນ ກ້ວຍຕີນເຕົ່າ. ກ້ວຍຕີີບ: ນ. ໜ່ວນສັ້ນເປັນຫຼ່ຽມ ກ້ວຍຕີບນ້ອຍ ໃຫຍ່ ນ. ກ້ວຍໜ່ວຍເປັນລ່ຽມ ບໍ່ກົມ ຂະໜາດໜ່ວຍນ້ອຍ ເອີ້ນ: ກ້ວຍຕີບນ້ອຍ. ໜ່ວຍໃຫຍ່ ເອີ້ນ: ກ້ວຍຕີບໃຫຍ່, ກ້ວຍຕີບຈັນ ກໍວ່າ (ລົດບໍ່ຫວານຫຼາຍ). ກ້ວຍງ້າວ ນ. ກ້ວຍຫອມໜ່ວຍກົມຍາວ ຕົ້ນສູງ.ໝາກສຸກຂຽວ ບໍ່ເຫຼືອງຄືກ້ວຍອື່ນໆ.

A banana plant or its fruit, characterized by layered sheaths, large leaves, a blossom called 'hua pi', and fruit growing in bunches.

Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ