ຄຳ·Entry
ກ່ອງ
noun໑
ພາຊະນະທີ່ສານດ້ວຍໄມ້ໄຜ່ ມີຝາອັດ ເປັນຮູບກົມ ປາກກວ້າງໜ້ອຍໜຶ່ງ ກົ້ນຮອມ ມີຕີນເປັນຮູບຕີນກາ ສຳລັບໃສ່ເຂົ້າໜຶ້ງ ເອີ້ນ ກ່ອງເຂົ້າ. ຖ້າກ່ອງໃຫຍ່ ເອີ້ນ ກ່ອງເຂົ້າໂປ້.
A sticky rice basket; a round woven bamboo container with a lid and a base, used for holding steamed sticky rice.
໒
ຊື່ຕຸ້ມຊະນິດໜຶ່ງ ສານດ້ວຍໄມ້ໄຜ່ສຳລັບຮອງຮັບປາທີ່ກົ້ນຕ້ອນ ກົ້ນລີ່ ເອີ້ນ ຕຸ້ມກ່ອງ.
໔
ການຈັບປານ້ອຍໆຊະນິດໜຶ່ງ ເຊັ່ນ: ປາໝັດ, ປາຊິວ, ປາແກ້ວ ໂດຍໃຊ້ຜ້າບາງໆ, ຜ້າຊະນິດນີ້ ເອີ້ນ ຜ້າແຍ່ງ ເອົາໄປກາງໄວ້ຕາມຮ່ອງນໍ້າໄຫຼ ໃນເວລານໍ້າບົກປາຍລະດູຝົນ ເອີ້ນ ກ່ອງປາ, ຫຼື ກ່ອງເອົາປາ.
໕
ຮາກອອກ ເຊັ່ນ ຮາກເລືອດອອກ ເອີ້ນ ກ່ອງເລືອດ ຫຼື ເລືອດກ່ອງ ກໍວ່າ.
໖
ຄິ້ວທີ່ມີລັກສະນະກົ່ງ ຫຼື ໂຄ້ງ ເອີ້ນ ຄິ້ວກ່ອງ.
໗
ເອົາມືເດ່ຈັບງ່າໄມ້ ເພື່ອດຶງລົງມາ ເອີ້ນວ່າ: ກ່ອງລົງເພື່ອປິດເອົາໝາກ.
໘
ຊື່ຕົ້ນໄມ້ຊະນິດໜຶ່ງ ມີໝາກກິນໄດ້, ເອີ້ນ ຕົ້ນໝາກກ່ອງ ມີຫຼາຍຢູ່ທາງພາກໃຕ້ລາວ.
ຄຳພ້ອງ · Synonymsclick any word to explore it
Spotted something else?Full correction form →