ຄຳ·Entry
ກົດ
ນາມ[kot]
1
ຊື່ອັກສອນທີ່ມີຕົວ ດ ສະກົດ ເອີ້ນວ່າ ແມ່ກົດ ຫຼື ມາດຕາກົດ ກໍວ່າ.
The name of the Lao spelling class for words ending with the letter 'd' (Mae Kod).
2
ການຈົດບັນທຶກໄວ້ເປັນຫຼັກຖານ ເອີ້ນ ກົດ.
3
ລະບຽບທີ່ຄົນຜູ້ໜຶ່ງ ຫຼື ຄະນະໜຶ່ງວາງໄວ້ ເພື່ອໃຫ້ຄົນໃນໝູ່ໃນຄະນະເຮັດ ຫຼື ພ້ອມກັນທໍາຢ່າງສະເໝີກັນ.
4
ຊື່ປາປະເພດໜຶ່ງ ບໍ່ມີເກັດ ແຕ່ມີງ່ຽງ ເອີ້ນ ປາກົດ. ປາກົດມີຫຼາຍຊະນິດ ຊະນິດສີເຫຼືອງປົນຂາວ ເອີ້ິນ: ປາກົດເຫຼືອງ, ຊະນິດສີດຳ ເອີ້ນ ປາກົດໝໍ້, ຊະນິດນ້ອຍ ເອີ້ນ ປາກົດປ່ອງ.
5
ຊື່ນົກປະເພດໜຶ່ງທີ່ອອກຫາກິນຍາມຫົວຄໍ່າ ມັນຮ້ອງສຽງດັງ ປູດໆ ປືດໆ!!, ນົກກົດມີ 2 ຊະນິດ ຄື: ຊະນິດສີດຳປົນແດງ, ຕາສີແດງ ເອີ້ນ: ນົກກົດປູດ ຫຼື ນົກກົດປືດ. ຊະນິດນ້ອຍຂົນລາຍ ເອີ້ນ: ນົກກົດຫອຍ ຫຼື ນົກກົດໄຟ.
6
ຄໍາກໍາກັບຊື່ປີ ໃນວິທີນັບຈຸລະສັງກາດ ກົດ ກົງກັບເລກ 7.
7
ກົດຂີ່ຂົ່ມເຫັງ ເອີ້ິ້ນວ່າ ກົດ.
8
ສານເຄມີຊະນິດໜຶ່ງທີ່ໃຊ້ປະສົມກັບນໍ້າ ກາຍເປັນ ນໍ້າກົດ ເປັນຕົ້ນ. ນໍ້າກົດໃຊ້ປະ ໂຫຍດໄດ້ຫຼາຍຢ່າງ ໃຫ້ທັງຄຸນ, ທັງໂທດ. ໃນກໍລະນີໃຊ້ຖືກວິທີ ຫຼື ບໍ່.
ຄຳໄວພົດທັງໝົດ · All synonyms
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →