ຄຳ·Entry
ກົກ
ນາມ[kok]
1
ຕົ້ນໄມ້ ເອີ້ນ ກົກໄມ້ ເຊັ່ນ ກົກມີ້, ກົກມ່ວງ, ກົກພ້າວ, ກົກໝາກ..
The base, trunk, or a classifier/prefix for trees (e.g., jackfruit tree, mango tree).
2
ຕົ້ນກົກ ຊື່ພັນຫຍ້າຊະນິດໜຶ່ງ ຄ້າຍໆຕົ້ນຜື. ຕົ້ນກົກ ແລະ ຕົ້ນຜື ໃຊ້ຕໍ່າສາດ, ສາດທີ່ຕ່ຳດ້ວຍຕົ້ນກົກ, ງາມກວ່າຕ່ຳດ້ວຍຜື ເພາະຕົ້ນກົກ ລຳນ້ອຍກວ່າ. ຕົ້ນຜື ມັກເກີດຕາມແຄມບຶງ-ໜອງ.
3
ເຫງົ້າໂຄນ ເອີ້ນ ກົກ ເຊັ່ນ ເຫງົ້າແຂນ, ເຫງົ້າຂາ, ໂຄນແຂນ, ໂຄນຂາ ເອີ້ນ ກົກແຂນ, ກົກຂາ.
4
ຜູ້ເປັນຕົ້ນຕະກຸນ ຫຼື ຕົ້ນສະກູນ ເອີ້ນ ລູກກົກ, ກໍ ຫຼື ເຫງົ້າ ກໍວ່າ.
5
ຕົ້ນເຂົ້າທີ່ດຳກ່ອນໝູ່ເອີ້ນ ເຂົ້າກົກແຮກ.
6
ຊື່ນົກຊະນິດໜຶ່ງ ຂົນປີກດຳດ່າງ ສົບໃຫຍ່ສີເຫຼືອງ ບິນສຽງດັງແຮງ ເອີ້ນ ນົກກົກ.
7
ກອດ ຫຼື ອູ້ມໄວ້ກັບອົກ (ກັບເອິກ) ເອີ້ນ ກົກ ເຊັ່ນ ແມ່ກົກລູກ, ບ່າວກົກສາວ, ແມ່ໄກ່ກົກລູກ ກໍວ່າ.
8
ຊື່ອັກສອນທີ່ມີຕົວ ກ. ສະກົດ ເອີ້ນ ແມ່ກົກ.
ຄຳໄວພົດທັງໝົດ · All synonyms
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →