ຄຳ·Entry
ກຸເພນ/ກຸເວນ
noun໑
ຊື່ຂອງເຈົ້າແຫ່ງພວກກູຕະຮ້າຍ ຫຼືຜີສາງ ມີນາມວ່າ ໄພສົບ. ຄຳສາມັນເອີ້ນວ່າ ພະສົບ ຫຼື ແມ່ປະສົບ ຫຼືແມ່ໄພສົບ ຍົກໃຫ້ ເປັນເຈົ້າເປັນໃຫຍ່ໃນພູເຂົາ ເປັນເຈົ້າໂລກະ ບານ ຜູ້ປົກຄອງທິດເໜືອ ຫຼື ທິດອຸດອນ, ເປັນພະຍາຍັກ ຜູ້ເປັນເຈົ້າຂອງຂຸມຊັບສິນມີຍັກ ແລະ ເບິ່ງຫະຍະກະເປັນບໍລິວານ, ທ້າວກຸເວນ ບາງທີເອີ້ນ ໄວສອນວັນ ຫຼື ເວດສຸວັນ ຜູ້ໂຫດຮ້າຍ, ເອີ້ນວ່າ ກຸເປຣັນ. ມີໃນເລື່ອງຣາມະກຽນວ່າ ເປັນອ້າຍນ້ອງຕ່າງມານດາ ກັບຍັກທົດສະກັນ, ແລະ ທົດສະກັນໄປຍາດແຍ່ງເອົາ (ບຸດສະບົກ) ຣາຊະວັງຂະໜາດນ້ອຍທີ່ເຄື່ຶອນທີ່ໄດ້ຂອງພະມະຫາກະສັດທີ່ໃຊ້ແຫ່ໃນພິທີຂອງທ້າວກຸເວນໄປ. ທ້າວກຸເວນມີຮູບ ຮ່າງພິການ ຜີວຂາວ ມີແຂ້ວ 8 ເຫຼັ້ມ ສີດຳ, ມີຂາ 3 ຂາ ແຕ່ສັນນິຖານວ່າ ຂາທີສາມນັ້ນ ເປັນໄມ້ຄ້ອນຕະບອງ. ເມືອງຂອງທ້າວກຸເວນ ຊື່ອະລະກາ ຢູ່ເທິງພູເຂົາຫິມາໄລ, ມີສວນອຸທິຍານຢູ່ສັນພູເຂົາແຫ່ງໜຶ່ງ ຂອງພູເຂົາພະສຸເມຣຸ ຊື່ວ່າສວນໃຈກາຣົດ ຫຼື ມິນທະຣະ ມີພວກກິນນອນ ຫຼື ຄົນທັນ ເປັນຜູ້ຮັບໃຊ້. ໃນສາລານຸກົມສະບັບຣາຊບັນທິຕະຍະສະຖານວ່າ ທ້າວກຸເວນ ຫຼື ທ້າວກຸເພນນີ້ ຈີນ ເອີ້ນວ່າ ໂຕ້ເຫວນ ຫຼື ໂຕ້ປຸ໋ນ. ຍີ່ປຸ່ນ ເອີ້ນວ່າ ທິສະມອນ, ຕາມຄະດີຂອງລາວຂຽນກາບ ທ້າວກຸເວນ ເອີ້ນວ່າ ທ້າວເວດສຸວັນ, ແຂວນໄວ້ທີ່ອູ່ເດັກນ້ອຍ ຫຼື ຫ້ອງອອກລູກ ເພື່ອເປັນເຄື່ອງຄຸ້ມກັນໄພເຫດຮ້າຍຕ່າງໆ ເພາະທ້າວເວດສຸ ວັນ ມີຄົນເປັນພາຫານະສຳລັບຂີ່ ແລະ ເປັນເຈົ້າຂອງພູດ ຜີ ສາງ ນາງຮ້າຍຕ່າງໆ ສາມາດກິນຍັກ ຫຼື ຜີຮ້າຍ ບໍ່ໃຫ້ມາທຳອັນຕະລາຍກັບທາຣົກ ຫຼື ຜູ້ຍິງທີ່ອອກລູກ.
Kubera (or Vessavana); the Hindu god of wealth, lord of the North, and ruler of yakshas and spirits.
Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →