⌘ K
ຄຳ·Entry

ກິ່ງ

ນາມ
[king]
1
ປອກແຂນ ເອີ້ນ ກ້ອງແຂນກິ່ງ.

An armlet, bracelet, or anklet used as an ornament.

2
ແມ່ນກອງປະເພດໜຶ່ງ ມີຂະໜາດໃຫຍ່ ສູງພຽງແອວ ກົ້ນຈ້ອມປາກບານ ຫຸ້ມໜ້າດຽວໃຊ້ຕີແຂ່ງຂັນກັນໃນຍາມບຸນເດືອນຫົກ (ບຸນບັ້ງໄຟ) ເອີ້ນວ່າ: ກອງກິ່ງ, ກອງເສງ ກໍວ່າ.
3
ງ່າໄມ້ທີ່ອອກຈາກຕົ້ນ ເອີ້ນ ງ່າໄມ້. ສ່ວນທີ່ແຕກອອກຈາກງ່າ ເອີ້ນ ກິ່ງໄມ້ ຫຼື ແໜງໄມ້.
4
ທຽນທີ່ເອົາມາລວມກັນສອງເຫຼັ້ມ ແລ້ວຫັກເຫຼັ້ມໜຶ່ງ ເຄິ່ງກາງທຽນນັ້ນ ເອີ້ນ ທຽນກິ່ງ. ທຽນກິ່ງນີ້ໃຊ້ໃນເວລາຫົດສົງພະສົມເດັດ, ພະຊາ, ພະຄູ.
5
ນິ້ວມືນິ້ວທີ່ນ້ອຍກວ່າໝູ່ ເອີ້ນ ກິ່ງກ້ອຍ ຫຼື ນິ້ວກ້ອຍ.
6
ຄົນທີ່ເກີດຈາກເຊື້ອເຜົ່າເຫຼົ່າກໍໃດ ກໍເປັນກິ່ງຂອງເຫຼົ່າກໍນັ້ນ.
7
ເປັນຄຳລັກສະນະນາມ ຮຽກ ຂອງບໍ່ມີຄູ່ ວ່າ: ກິ່ງ ດັ່ງກ້ອງແຂນກິ່ງໜຶ່ງ, ເກີບກິ່ງໜຶ່ງ.
ຄຳໄວພົດທັງໝົດ · All synonyms
Explore synonyms →
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ