ຄຳ·Entry
ກຳມະບົດ
noun໑
ທາງຝ່າຍດີ ເອ໋ີ້ນ: ກຸສົນ, ທາງຝ່າຍບໍ່ດີ ເອີ້ນ: ອະກຸສົນ. ການກະທຳຂອງກຳມະບົດ ສາມາດທຳໄດ້ ຄື: - ເຮັດດ້ວຍກາຍ 3 ຄື: 1. ເວັ້ນຈາກການຂ້າສັດຕັດຊີວິດ ຄົນອື່ນ ຫຼື ຕົນເອງ ຖືວ່າຊີວິດເຂົາແລະເຮົາມີລາຄາເໝືອນກັນ. 2. ເວັ້ນຈາກການລັກຊັບຂອງຜູ້ອື່ນ ຫຼືຂອງຕົນເອງ 3. ເວັ້ນຈາກການກະທຳຜິດໃນກາມມະຄຸນ ກັບຜູ້ທີ່ຮັກຂອງຄົນອື່ນ ຫຼືວ່າເຂົາບໍ່ໄດ້ອະ ນຸຍາດດ້ວຍໃຈ - ການທຳດ້ວຍວາຈາ 4 ຢ່າງ ຄື: 1. ເວັ້ນຈາກການເວົ້າຂີ້ຕົວະ ຫຼືຫຼອກລວງ 2. ເວັ້ນຈາກການເວົ້າສຽດສີຄົນອື່ນ 3. ເວັ້ນຈາກການເວົ້າຄຳບໍ່ສຸພາບຮຽບຮ້ອຍ 4. ເວັ້ນຈາກການເວົ້າເພີ້ເຈີ້ ແລະໃຊ້ຄຳເວົ້າໂສໂຄກ - ການທຳດ້ວຍໃຈ ມີ 3 ຢ່າງ ຄື: 1. ບໍ່ຄິດຢາກໄດ້ຂອງຜູ້ອື່ນທີ່ຕົນບໍ່ມີ ມາເປັນຂອງໂຕ ໂດຍທາງທຸດຈະຣິດ 2. ບໍ່ພະຍາບາດປອງຮ້າຍຄົນອື່ນ ຫຼືຕົນເອງ 3. ເຫັນພ້ອມຕາມ ທຳນອງຄອງທຳ.
Course of action (Kammapatha), which can be wholesome or unwholesome; physical actions include refraining from killing, stealing, and sexual misconduct.
ຄຳພ້ອງ · Synonymsclick any word to explore it
Spotted something else?Full correction form →