ຄຳ·Entry
ກາລາໂສກ
ນາມ[ka-la-sok]
1
ພະເຈົ້າກາລາໂສກຜູ້ປົກຄອງແຄວ້ນ ມະຄົດ ລະຫວ່າງ ປີ ພ.ສ. 90 -118 ເປັນຣາຊາສືບຕໍ່ຈາກ ພະເຈົ້າສຸສູນາດ ຜູ້ເປັນພະຊະນົກ (ພໍ່) ຂອງພະອົງ. ເມື່ອປີ ພ.ສ. 100, ພະອົງໄດ້ເປັນຜູ້ອຸປະຖຳໃນການທຸຕິຍະສັງຄາຍະນາຝ່າຍພະພຸດທະສາດສະໜາ. ບາງຕຳລາວ່າ: ພະເຈົ້າຈັນທະຄຸບ ຊຶ່ງເປັນພະໄອຍະກາ ຂອງພະເຈົ້າອະໂສກມະຫາຣາດ ສະໄໝເມືອ່ຊົງເປັນຈອມທັບ ທ່ຽວຍໍ່າຍີບ້ານເມືອງ ໃຫ້ມີີຄວາມເດືອດຮ້ອນ ຈຶ່ງເອີ້ນວ່າ ຈັນທາໂສກ ຫຼືກາລາໂສກ. ແຕ່ໃນຕຳນານຂອງ ທຸທິຍະສັງຄາຍະນາ ເວົ້າເປັນຄົນລະອົງ ບໍ່ແມ່ນອົງດຽວກັນ.ແຕ່ເຂົ້າໃຈວ່າເປັນອົງດຽວກັນກັບພະເຈົ້າ ຈັນທະຣະຄຸບ.
King Kalasoka, who ruled the Magadha kingdom between 90-118 B.E. and patronized the Second Buddhist Council.
Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →