ຄຳ·Entry
ກະໂຈມ
ນາມ[ka-chom]
1
ໝວກທີ່ເຮັດດ້ວຍຜ້າໃຊ້ສຳລັບໃສ່ຫົວເດັກນ້ອຍ ເພື່ອປ້ອງກັນແດດລົມ ເອີ້ນ ກະໂຈມຫົວ, ວ່ອມ ກໍວ່າ.
A cloth cap or hood worn by children to protect their heads from the sun and wind.
2
ໝວກສຳລັບປະດັບຫົວ ໃຊ້ເປັນເຄື່ອງຍົດຂອງພະເຈົ້າຊີວິດ ສະໄໝສັກດິນາ ຫຼື ເຈົ້ານາຍຜູ້ໃຫຍ່ ຫຼື ພວກລິເກ ລະຄອນ ເອີ້ນ ກະໂຈມ.
3
ໝວກສີເຫຼືອງ ໝວກທີ່ໃຊ້ໃນເວລາ ຍາດໂຍມຫົດສົງພະເຖລະ ໃຫ້ມີສະມະນະສັກ ເປັນສຳເດັດ, ຍາຊາ, ຍາທ່ານ ໃຊ້ໝວກເຫຼືອງສຸບຫົວ ເວລາຫົດສົງແລ້ວ ໝວກນີ້ເອີ້ນ ກະໂຈມຫົວ, ວ່ອມ ກໍວ່າ.
4
ສະຖານທີ່ຜັກພ່ອນ ຫຼັບນອນຊົ່ວຄາວຂອງເຈົ້ານາຍ ເມື່ອອອກໄປຮົບເສິກ ຫຼື ໄປລ່າເນື້ອ (ໂຫ່ເນື້ອ) ເຮັດເປັນຮູບຊົງຄືເຮືອນຍອດ (ຜາສາດ) ເອີ້ນ ກະໂຈມ. ກະເສມ (ເບິ່ງກະເສີມ).
Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →