ຄຳ·Entry
ກະເສລາ-ກະເສຣາ
noun໑
ນໍ້ານົມບູຮານ ເອີ້ນ ກະເສລາ. ແຕ່ເດີມໝາບເອົານໍ້ານົມສະໝຸດ. ມີເລື່ອງກ່າວໄວ້ໃນຄຳພີ ບູຮານວ່າ "ເມື່ອຕັ້ງໂລກຂຶ້ນໃໝ່ໆ ພວກເທວະດາ ພາກັນເຮັດນໍ້າທິບສະເຫວີຍ ໂດຍເອົານາກກ້ຽວເຂົາສະເມນ ແລ້ວດຶງອິ້ວໄປອິ້ວມາ ໃຫ້ນໍ້າຢາຕ່າງໆໃນເຂົາສະເມນນັ້ນ ໄຫຼລົງໃຕ້ມະຫາສະໝູດ. ນໍ້າຢາທີ່ໄຫຼອອກຈາກເຂົາສະເມນນັ້ນ ເອີ້ນວ່າ "ກສີຣສມຸທຣ" ແປວ່າ: ນໍ້ານົມສະໝຸດ. ນໍ້ານົມສະໝຸດນີ້ ຜູ້ໃດໄດ້ກິນແລ້ວບໍ່ຕາຍ. ເຫດສະນັ້ນ ຈິ່ງເອີ້ນວ່າ ນໍ້າອະມະຕະ. ເທວະດາອົງໃດ ໄດ້ກິນນໍ້ານີ້ແລ້ວ ກໍເລີຍເອີ້ນ ວ່າ: ອະມະຣະ. ເຊິ່ງເຮົາອອກສຽງເປັນ ອະມອນ ແປວ່າ ຜູ້ບໍ່ຕາຍ.
An ancient term for milk, originally referring to the mythical Ocean of Milk created by gods and nagas churning Mount Meru.
໒
ກະເສລານີ້ເປັນນໍ້າສັກສິດ ຜູ້ໃດໄດ້ກິນນໍ້ານີ້ຈະມີອາຍຸຍືນ.
ຄຳພ້ອງ · Synonymsclick any word to explore it
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →