⌘ K
ຄຳ·Entry

ກະສິນສິບ

particle
ຊື່ສະມະຖະກຳມະຖານໝວດໜຶ່ງ ທີ່ເຮັດດ້ວຍການເລັ່ງແລ ເພື່ອເຮັດໃຫ້ຈິດຕັ້ງ ໝັ້ນ ມີ 10 ຢ່າງຄື: 1. ປະຖະວີ ກະສິນໃຊ້ດິນເຮັດເປັນແຜ່ນກົມ ແລ້ວເພັ່ງດ້ວຍຈິດສະຫງົບ. 2. ອາໂປກະສິນ-ການເລັ່ງແລເບິ່ງນໍ້າໃຫ້ຈິດສະຫງົບ. 3. ເຕໂຊກະສິນ-ການເພັ່ງໄຟຈາກວົງມົນຂອງວັດຖຸ. 4. ວາໂຍກະສິນ-ການເພັ່ງກະແສລົມກະທົບໃບໄມ້. 5. ນິລະກະສິນ- ການເພັ່ງວົງມົນສີຂຽວທຳມະຊາດ, 6. ປະຕະກະສິນ-ການເພັ່ງວົງມົນສີເຫຼືອງທຳມະຊາດ, 7. ໂລຫິດຕະກະສິນ-ເພັ່ງວົງມົນສີແດງທຳມະ ຊາດ, 8. ໂອທາຕະກະສິນ-ເພັ່ງວົງມົນສີຂາວທຳມະຊາດ, 9. ອາໂລກະກະສິນ-ການເພັ່ງແສງສະຫວ່າງຈາກຊ່ອງວົງມົນເໝືອນອາໂປ ກະສິນ, 10. ອາກາສະກະສິນ-ການເພັ່ງອາກາດຈາກຊ່ອງວົງ ມົນ.

The ten meditation objects (Kasinas) used to focus the mind, such as earth, water, fire, wind, and colors.

Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ