⌘ K
ຄຳ·Entry

ກະສາ

ນາມ
[ka-sa]
1
ຊື່ຂອງນົກຊະນິດໜຶ່ງ ຂົນສີຂາວຮູບຮ່າງຄ້າຍຄືນົກຍາງ ແຕ່ວ່າໂຕໃຫຍ່ ແລະ ສູງກວ່າ ນົກຍາງ,ມັກຊອກຫາກິນປາຢູ່ຕາມແຄມໜອງ, ບຶງ, ຫ້ວຍ, ຮ່ອງ ຫຼື ແຄມແມ່ນໍ້າໃຫຍ່. ນົກກະສາ ມີຫຼາຍປະເພດ ເຊັ່ນ: ກະສາຄໍຍາວ, ກະສາຄໍດໍາ, ກະສາຄໍແດງ.

A species of white-feathered bird similar to an egret but larger and taller, often found hunting for fish near swamps.

2
ຊື່ປໍຊະນິດໜຶ່ງ ປໍນີ້ເກີດຈາກຕົ້ນມອນໃຫຍ່ ເອີ້ນ ມອນສາ, ປໍທີ່ລອກຈາກມອນສາ ເອີ້ນ ປໍສາ, ເຈ້ຍທີ່ເຮັດດ້ວຍປໍສາ ເອີ້ນ ເຈ້ຍສາ.
Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ
ກະສາ — ວັດຈະນານຸກົມລາວ