⌘ K
ຄຳ·Entry

ກະຖິນ

ນາມ
[ka-thin]
1
ຜ້າແພທີ່ນຳໄປທອດຖວາຍແກ່ພະສົງ, ຜ້າກະຖິນມີ 2 ປະເພດຄື: 1. ຈຸລະກະຖິນ: ໄດ້ແກ່ກະຖິນແລ່ນ ຫຼື ກະຖິນເຮັດໃຫ້ແລ້ວພາຍໃນວັນດຽວ ຄືຕັ້ງແລ້ວກໍທອດໂລດ, 2. ມະຫາກະຖິນ: ໄດ້ແກ່ກະຖິນທີ່ກະກຽມໄວ້ເປັນເວລາດົນ ແລະມີທຸກຢ່າງຄົບຕາມອັດຖະບໍລິຂານ 8 ປະການ ຄື: ເຄື່ອງໃຊ້ຂອງສອຍທີ່ພະຕ້ອງການໃຊ້ປະຈຳວັນ. ການເຮັດບຸນກະຖິນດ້ວຍວິທີເອົາ ຜ້າຈີວອນໄປເຄນແກ່ພະສົງຕັ້ງແຕ່ເດືອນ 11 ເພັງ ຫຼືແຮມ 1 ຄໍ່າ ເຖິງເດືອນ 12 ເພັງ ຖືວ່າໝົດເຂດ.

Kathina; new robes presented to Buddhist monks at the end of the rainy season retreat.

2
ຊື່ຕົ້ນກະຖິນແນວໜຶ່ງ ມີ 2 ປະ ເພດ ຄື: 1. ກະຖິນບ້ານ: ໃບເປັນແສກໝາກແປ, ໝາກແລະໃບອ່ອນໃຊ້ເປັນອາ ຫານ. 2. ກະຖິນໜາມ ຕົ້ນມີໜາມດອກມົນ ສີເຫຼືອງ ມີກິ່ນຫອມ.
Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ