ຄຳ·Entry
ກະດິງ
ນາມ[ka-ding]
1
ຊື່ພັນໄມ້ປະເພດເຄືອຊະນິດໜຶ່ງ ຄ້າຍຄືໝາກບວບ ມີຝັກຍາວໃຊ້ເປັນອາຫານຕົ້ມແກງກິນໄດ້ ເອີ້ນ ໝາກກະດິງ.
A species of vine similar to the luffa plant, having long pods that can be boiled in soups as food.
2
ເຄື່ອງໃຊ້ ຫຼື ເຄື່ອງປະດັບທີ່ຫຼໍ່ດ້ວຍເຫຼັກ, ທອງແດງ, ທອງເຫຼືອງ, ມີລູກຟັດແຂວນຢູ່ທາງໃນລູກນ້ອຍໆ ເອີ້ນ ໝາກກະດິງ ສຳລັບແຂວນຄໍງົວ ຄໍຄວາຍ ຫຼື ແຂວນໄວ້ທີ່ຍອດຊໍ່ຟ້າ ຫຼື ໂງ່ສິມ ຫຼື ຍອດຜາສາດລາຊະມົນທຽນຂອງກະສັດແຕ່ກ່ອນ.
3
ຊື່ລົມຊະນິດໜຶ່ງຄ້າຍລົມຫົວກຸດພັດແຮງ ເວລາພັດມາຈະໄດ້ຍິນສຽງດັງເໝືອນສຽງກະດິງ ເອີ້ນ ລົມກະດິງ.
4
ຊືື່ແມ່ນໍ້າສາຍໜຶ່ງທີ່ໄຫຼຕົກໃສ່ແມ່ນໍ້າຂອງ ຢູ່ທາງໃຕ້ເມືອງປາກຊັນ ແຂວງບໍລິຄໍາໄຊ ເອີ້ນ ນໍ້າກະດິງ.
Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →